ແລ້ວຊາຍ2ຄົນນັ້ນກໍລົມກັນວ່າ, “ຜູ້ນັ້ນແມ່ນອົງພຣະເຢຊູ! ເພາະເມື່ອພຣະອົງໄດ້ອະທິບາຍພຣະຄຳຂອງພຣະເຈົ້າໃຫ້ພວກເຮົາຟັງ ໃຈຂອງພວກເຮົາກໍຮ້ອນຮົນເໝືອນໄຟຢູ່ພາຍໃນພວກເຮົາ!”
ແລ້ວພວກເຂົາກໍກັບຄືນໄປຍັງນະຄອນເຢຣູຊາເລັມ. ເມື່ອພວກເຂົາໄປຮອດ ພວກເຂົາກໍເລົ່າໃຫ້ອັກຄະສາວົກຄົນອື່ນໆຟັງແລະບອກພວກເຂົາວ່າ “ພຣະເຢຊູຍັງມີຊີວິດຢູ່! ພວກເຮົາໄດ້ເຫັນພຣະອົງແລ້ວ!”