ແລ້ວພຮະເຈົ້າກໍກ່າວວ່າ, “ບັດນີ້ມະນຸດຈະເປັນຄືເຮົົາ ຮູ້ຄວາມດີ ແລະ ຄວາມຊົ່ວ, ພວກເຂົາຈະບໍ່ໄດ້ຮັບອານຸຍາດໃຫ້ກິນຕົ້ນໄມ້ແຫ່ງຊີວິດຕະຫຼອດໄປ.” ດັ່ງນັ້ນ ພຣະເຈົ້າຈຶ່ງໄລ່ເຂົາທັງສອງອອກຈາກສວນອັນສວຍງາມນັ້ນ. ພຣະເຈົ້າໄດ້ສົ່ງເທວະດາມາຍາມເຝົ້າທາງເຂົ້າຂອງສວນນັ້ນເພື່ອປ້ອງກັນບໍ່ໃຫ້ໃຜເຂົ້າໄປກິນຕົ້ນໄມ້ແຫ່ງຊີວິດນັ້ນອີກ. _ຈາກພຣະຄໍາພີ ປະຖົມມະການ 3_